ຜູ້ໃຊ້ບໍລິການຮັບຊາບ ແລະຍິນຍອມປະຕິບັດຕາມນະໂຍບາຍ ແລະຂໍ້ຕົກລົງໃນການໃຫ້ບໍລິການຂອງ hostings.huk-com.la, huk-com.la ເຊິ່ງບໍລິຫານໂດຍ ບໍລິສັດ ເອພີເນັດເວີກ ຄອມມູນິເຄເຊິນ ເທັກໂນໂລຢີ ຈໍາກັດ ເຊິ່ງລາຍລະອຽດມີດັ່ງນີ້

1. Huk-Com Hosting ບໍ່ເປີດໃຫ້ບໍລິການກັບເວັບໄຊ້ໃນລັກສະນະຕໍ່ໄປນີ້
  • ເວັບໄຊ້ທີ່ຜິດກົດໝາຍທີ່ເປັນການໂຈມຕີ ສ້າງຄວາມເຊື່ອມເສຍ ຫຼືທໍາລາຍຄວາມໝັ້ນຄົງຕໍ່ລັດຖະບານ ສາສະໜາ ການໂຈມຕີ ແລະສ້າງຄວາມວຸ້ນວາຍ ເສື່ອມເສຍໃຫ້ກັບຜູ້ອື່ນ​
  • ເວັບໄຊ້ລາມົກອະນາຈານ ຫຼືມີແນວໂນ້ມໄປທາງລາມົກ
  • ເວັບໄຊ້ການພະນັນທຸກປະເພດ
  • ເວັບໄຊ້ ຫຼືລະບົບທີ່ກ່ຽວຂ້ອງກັບການຂຸດຫຼຽນດິຈິຕອນທຸກປະເພດ (crypto miner)​
  • ເວັບໄຊ້ທີ່ໃຫ້ບໍລິການ Bittorent, Tracker, Online Streaming, Pirate Software, Crack, Hack, Warez, ເຜີຍແພ່ໄວຣັດ ໜອນອິນເຕີເນັດ ທໍຈັນ ຫຼືໃຊ້ບໍລິການເຊີບເວີນີ້ໄປໂຈມຕີເຊີບເວີອື່ນໆເຊັ່ນ Mail Bombs, Hack Attacks, Spamming, Port Scanning ຫຼື Port Probing, Download, MP3 , Software , VDO & Voice Clips , Music Online ບໍ່ວ່າຈະຖືກົດໝາຍຫຼືບໍ່ກໍຕາມ
  • ເວັບໄຊ້ທີ່ສົ່ງອີເມວຈໍານວນຫຼາຍ, Commercial Mass E-Mailing​
  • ເວັບໄຊ້ທີ່ມີການສົ່ງ “ສະແປມອີເມວ” (ການສົ່ງອີເມວຈໍານວນຫຼາຍ ໂດຍຜູ້ຮັບອີເມວບໍ່ຍິນຍອມທີ່ຈະຮັບຂໍ້ຄວາມ) ຫຼືສົ່ງໄປທີ່ Newsgroups User ໂດຍການສົ່ງອີເມວນັ້ນໃຊ້ທີ່ຢູ່ສົ່ງກັບທີ່ບໍ່ມີຈິງ ຫຼືເປັນການສົ່ງແບບສຸ່ມເຊັ່ນ [email protected], [email protected], [email protected]
  • ການສົ່ງຂໍ້ຄວາມແບບຕ່ອງໂສ້ເພື່ອຈະເຮັດໃຫ້ການຕອບກັບຈໍານວນຫຼາຍ ແລະການສົ່ງຂໍ້ຄວາມຊໍ້າໆເດີມໆ ໄປຫາຜູ້ອື່ນ
  • ການໃຊ້ໂປຣແກຣມ ຫຼືລະບົບເພື່ອການສົ່ງອີເມວ
  • ການສົ່ງອີເມວທີ່ມີຜົນເຮັດໃຫ້ເກີດການຕີກັບຂອງອີເມວເປັນຈໍານວນຫຼາຍ ຫຼືສົ່ງຜົນກະທົບຕໍ່ການເຮັດວຽກຂອງເຊີບເວີເຊັ່ນ ການຖືກຍິງໂດຍ Web Board ການສົ່ງອີເມວນັ້ນໃຊ້ທີ່ຢູ່ສົ່ງກັບທີ່ບໍ່ມີຈິງ (ຫາກຜູ້ໃຊ້ບໍລິການບໍ່ແນ່ໃຈວ່າອີເມວນັ້ນມີຢູ່ແທ້ໃຫ້ລອງທົດລອງຈາກ Free E-Mail ກ່ອນ)​
  • ການສົ່ງອີເມວທີ່ຕັດສິດ ຫຼືຂົ່ມຂູ່ຜູ້ອື່ນ ເປັນຕົ້ນ
  • ເວັບໄຊ້ທີ່ກ່ຽວຂ້ອງກັບການເຈາະລະບົບ ການເຜີຍແພ່ໄວຣັດ ຫຼືການເຜີຍແພ່ ໃດໆ ທີ່ເປັນສິ່ງຜິດກົດໝາຍ ຜິດສິລະທໍາສ້າງຄວາມວຸ້ນວາຍ ແລະຄວາມເດືອດຮ້ອນໃຫ້ແກ່ຜູ້ອື່ນ
  • ເວັບໄຊ້ທີ່ມີການໃຊ້ສະຄຣິບ ຫຼືໂປຣແກຣມໃດໆ ທີ່ລົບກວນການເຮັດວຽກຂອງເຊີບເວີ ທັງຄວາມສາມາດໃນການປະມວນ ແລະໜ່ວຍຄວາມຈໍາເປັນຈໍານວນຫຼາຍຜິດປົກກະຕີ ບໍ່ວ່າທາງໃດທາງໜຶ່ງຫາກຜູ້ໃຫ້ບໍລິການກວດພົບ ຈະຖືກລະງັບໃຊ້ຊົ່ວຄາວຈົນກວ່າຈະໄດ້ຮັບການແກ້ໄຂຈາກຜູ້ໃຊ້ບໍລິການ ແລະຫາກຍັງຝ່າຝືນຢູ່ ຜູ້ໃຫ້ບໍລິການຈະປິດເວັບໄຊ້ຂອງຜູ້ໃຊ້ບໍລິການທັນທີ ແລະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໃດໆທັງສິ້ນ
  • ເວັບໄຊ້ທີ່ໃຫ້ບໍລິການ Free Hosting, Free Webboard, Free Image Hosting, Free File Hosting, Free E-Mail ຫຼືຄິດຄ່າບໍລິການການນໍາໃຊ້ແກ່ບຸກຄົນທົ່ວໄປ
  • ເວັບໄຊ້ທີ່ລະເມີດເຄື່ອງໝາຍການຄ້າ ລິຂະສິດ ຫຼືຊັບສິນທາງປັນຍາ ຂອງຜູ້ອື່ນ ຫຼືຄະນະບຸກຄົນອື່ນໃນທຸກປະເທດທົ່ວໂລກ
  • ເວັບໄຊ້ທີ່ຂົ່ມຂູ່ ຄຸກຄາມ ການສໍ້ໂກງ ການແຈ້ງຂໍ້ມູນທີ່ບໍ່ມີມູນຄວາມຈິງ ເຜີຍແຜ່ສິ່ງຫຍາບຄາຍ ຢາເສບຕິດ
  • ເວັບໄຊ້ເຊິ່ງນໍາມາເຖິງຄວາມເສື່ອມເສຍໃຫ້ແກ່ຜູ້ໃຫ້ບໍລິການ
  • ເວັບໄຊ້ເຊິ່ງນໍາມາເຖິງຄວາມເສື່ອມເສຍໃຫ້ແກ່ຜູ້ໃຫ້ບໍລິການ
  • ເວັບໄຊ້ທີ່ນໍາຊັບພະຍາກອນລະບົບຂອງຜູ້ໃຫ້ບໍລິການ ໄປແຈກຈ່າຍແກ່ສາທາລະນະຊົນໂດຍທົ່ວໄປ ໂດຍບໍ່ໄດ້ຮັບອະນຸຍາດເຊັ່ນ E-Mail, Database, Web Space ໂດຍຜູ້ໃຫ້ບໍລິການອະນຸຍາດໃຫ້ສະເພາະກິດຈະກໍາ ຫຼືກິດຈະການທີ່ກ່ຽວຂ້ອງກັບເວັບໄຊ້ທີ່ໃຊ້ບໍລິການເທົ່ານັ້ນ ໂດຍການຕີຄວາມໃນສ່ວນນີ້ຂຶ້ນຢູ່ກັບການພິຈາລະນາຂອງຜູ້ໃຫ້ບໍລິການ
  • ເວັບໄຊ້ທີ່ມີຄວາມຜິດຕາມກົດໝາຍ​
  • ເວັບໄຊ້ອື່ນໆ ທີ່ຜູ້ໃຫ້ບໍລິການພິຈາລະນາວ່າບໍ່ເໝາະສົມ
  • ຜູ້ໃຫ້ບໍລິການຂໍສະຫງວນສິດທີ່ຈະບອກເລີກສັນຍາ ຫຼືປິດເວັບໄຊ້ໂດຍບໍ່ຕ້ອງແຈ້ງລ່ວງໜ້າ ແລະບໍ່ມີການຄືນຄ່າໃດໆທັງສິ້ນ ຖ້າຜູ້ໃຊ້ບໍລິການມີການກະທໍາທີ່ຂັດຕໍ່ນະໂຍບາຍການໃຊ້ບໍລິການດັ່ງກ່າວທີ່ກ່າວມາເບື້ອງຕົ້ນ ຜູ້ໃຫ້ບໍລິການຂໍສະຫງວນສິດໃນການເປັນຜູ້ພິຈາລະນາວ່າສິ່ງທີ່ຜູ້ໃຊ້ບໍລິການກະທໍານັ້ນເປັນການຜິດກົດລະບຽບຂໍ້ບັງຄັບຫຼືບໍ່
2. ຂໍ້ມູນທີ່ຜູ້ໃຊ້ບໍລິການໃຫ້ກັບຜູ້ໃຫ້ບໍລິການ ຕ້ອງເປັນຂໍ້ມູນແທ້ ແລະຖືກຕ້ອງ ຫາກຜູ້ໃຊ້ບໍລິການປ້ອນຂໍ້ມູນບໍ່ຖືກຕ້ອງ ຫຼືຂໍ້ມູນປອມເຂົ້າມາ ຜູ້ໃຫ້ບໍລິການຈະບໍ່ຈັດຕາມຄໍາຂໍ
3. ໂດເມນເນມທີ່ຖືກຈົດແລ້ວບໍ່ສາມາດປ່ຽນຊື່ໄດ້ ຫາກຜູ້ໃຊ້ບໍລິການຕ້ອງການປ່ຽນຊື່ໃໝ່ ຜູ້ໃຊ້ບໍລິການຕ້ອງຊໍາລະຄ່າບໍລິການຈົດໂດເມນໃໝ່
4. ຜູ້ໃຫ້ບໍລິການຈະເປີດການໃຫ້ບໍລິການທັນທີພາຍໃນ 24 ຊົ່ວໂມງ ໃນວັນລັດຖະການ ຫຼັງຈາກທີ່ໄຮັບຫຼັກຖານການຊໍາລະຄ່າບໍລິການທີ່ລະບຸຂໍ່ມູນຢ່າງຄົບຖ້ວນ ຫາກຊໍາລະຄ່າບໍລິການມາແລ້ວແຕ່ສົ່ງລາຍລະອຽດມາບໍ່ຄົບຖ້ວນເຊັ່ນບໍ່ໄດ້ລະບຸໝາຍເລກການສັ່ງຊື້ ຫຼືຊື່ໂດເມນ ຫຼືເບີຕິດຕໍ່ກັບ ຫຼື ຂາດການຕິດຕໍ່ພາຍໃນ 1 ເດືອນ ຜູ້ໃຫ້ບໍລິການຈໍາເປັນຕ້ອງຍົກເລີກການສັ່ງຊື້ນັ້ນໆ

5. ຜູ້ໃຫ້ບໍລິການຍິນດີຄືນເງິນຄ່າບໍລິການໃຫ້ໃນກໍລະນີ ຫາກຜູ້ໃຊ້ບໍລິການບໍ່ພໍໃຈໃນການບໍລິການຈາກເຄື່ອງເຊີບເວີບ(ບໍ່ລວມຄ່າໂດເມນເນມ) ຂອງຜູ້ໃຫ້ບໍລິການເອງ ພາຍໃນ 15 ວັນ(ໂດຍຜູ້ໃຫ້ບໍລິການຍິນດີຄືນເງິນຄ່າບໍລິການຫາກຜູ້ໃຊ້ບໍລິການບໍ່ໄດ້ເຮັດສິ່ງທີ່ຜິດກົດ ຫຼືເງື່ອນໄຂການໃຊ້ບໍລິການສະບົບນີ້ ການຄືນຄ່າບໍລິການໃນກໍລະນີຜູ້ໃຊ້ບໍລິການບໍ່ພໍໃຈບໍລິການພາຍໃນ 15 ວັນ ນັບຕັ້ງແຕ່ເປີດໃຊ້ບໍລິການ)​

ເງື່ອນໄຂການຄືນຄ່າບໍລິການ

  • ຜູ້ໃຊ້ບໍລິການແຈ້ງຂໍຮັບຄ່າບໍລິການຄືນພາຍໃນ 15 ວັນນັບຕັ້ງແຕ່ວັນເປີດໃຊ້ບໍລິການ
  • ຜູ້ໃຊ້ບໍລິການຕ້ອງລະບຸເຫດຜົນໃນການຂໍຄືນຄ່າບໍລິການ
  • ຄ່າບໍລິການທີ່ຜູ້ໃຫ້ບໍລິການຈະຄືນໃຫ້ແກ່ຜູ້ໃຊ້ບໍລິການເປັນຈໍານວນເງິນຕາມທີ່ຜູ້ໃຊ້ບໍລິການໄດ້ຮັບໄວ້ຈາກຜູ້ໃຊ້ບໍລິການ(ບໍ່ລວມຄ່າໂດເມນເນມ)
  • ຫຼັງຈາກຜູ້ໃຫ້ບໍລິການໄດ້ຮັບແຈ້ງຈາກຜູ້ໃຊ້ບໍລິການວ່າຕ້ອງການຂໍຄືນຄ່າບໍລິການ ຜູ້ໃຫ້ບໍລິການຈະປິດເວັບໄຊ້ທັນທີ
  • ໄລຍະເວລາການຄືນຄ່າບໍລິການຈະໃຊ້ເວລາປະມານ 1-2 ອາທິດ ທັງນີ້ຢູ່ໃນຂັ້ນຕອນຂອງຝ່າຍບັນຊີ
6. ຜູ້ໃຫ້ບໍລິການຈະມີອີເມວແຈ້ງເຕືອນພ້ອມກັບໃບແຈ້ງເກັບຄ່າບໍລິການສໍາລັບການຕໍ່ອາຍຸຂອງໂຮສຕິ້ງລວມເຖິງໂດເມນເນມທີ່ຈົດທະບຽນໄວ້ກັບທາງຜູ້ໃຫ້ບໍລິການໂດຍຈະມີການແຈ້ງໃນຊ່ວງເວລາ 30 ວັນ ຫຼື 15 ວັນ ກ່ອນໝົດອາຍຸ ຫາກຜູ້ໃຊ້ບໍລິການບໍ່ໄດ້ຊໍາລະຄ່າບໍລິການໃຫ້ຜູ້ໃຫ້ບໍລິການຈໍາເປັນຕ້ອງລະງັບການໃຫ້ບໍລິການຊົ່ວຄາວ ສໍາລັບໂດເມນໃນກໍລະນີຖ້າບໍ່ໄດ້ມີການຕໍ່ອາຍຸແລ້ວຕິດສະຖານະ Hold ຈາກທາງຜູ້ໃຫ້ບໍລິການກໍລະນີຖ້າລູກຄ້າຕ້ອງການໃຊ້ຈ່າຍຈະຕ້ອງຊໍາລະຄ່າບໍລິການໃນການປົດລັອກສະຖານະໂດເມນຕາມທີ່ຜູ້ບໍລິການຈົດທະບຽນໂດເມນເກັບໂດຍທາງເຮົາຈະແຈ້ງຄ່າໃຊ້ຈ່າຍໃຫ້ຮູ້ຫຼັງຈາກທີ່ລູກຄ້າຕ້ອງການປົດລັອກ
  • ຜູ້ໃຫ້ບໍລິການຂໍສະຫງວນສິດໃນການລົບຂໍ້ມູນໃນເຊີບເວີຂອງຜູ້ໃຊ້ບໍລິການ ກໍລະນີທີ່ບໍ່ມີການຕິດຕໍ່ ຫຼື ຊໍາລະຄ່າບໍລິການເຂົ້າມາເກີນ 90 ວັນຫຼັງຈາກໝົດອາຍຸ ໂດຍບໍ່ຈໍາເປັນຕ້ອງແຈ້ງໃຫ້ຊາບລ່ວງໜ້າ

7. ຜູ້ໃຫ້ບໍລິການຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍແກ່ເວັບໄຊ້ຕ່າງໆທີ່ເກີດຂຶ້ນບໍ່ວ່າຈະເປັນເຫດຜົນໃດກໍຕາມເຊັ່ນເກິີດຄວາມຜິດພາດກັບອຸປະກອນ ຜູ້ໃຊ້ບໍລິການຫຼົງລົບຂໍ້ມູນຕົນເອງຖິ້ມ ຫຼືຈາກເຫດສຸດວິໄສອື່ນໃດທີ່ເກີດຈາກຜູ້ໃຫ້ບໍລິການ ຫຼືຜູ້ໃຊ້ບໍລິການເອງ
8. ຫາກຜູ້ໃຫ້ບໍລິການໄດ້ຮັບການຮ້ອງຟ້ອງ ຮ້ອງຂໍ ຫຼືພົບເຫດທີ່ນ້າສົງໄສ ຜູ້ໃຫ້ບໍລິການສະຫງວນສິດທີ່ຈະຍົກເລີກ ຫຼືລະງັບການໃຫ້ບໍລິການແກ່ຜູ້ໃຊ້ບໍລິການນັ້ນໆ ເປັນການຊົ່ວຄາວເພື່ອສືບສວນ ແລະກວດສອບຫາສາເຫດຂອງມູນເຫດນັ້ນໆ
9. ຜູ້ໃຫ້ບໍລິການມີສິດຍົກເລີກໃຫ້ບໍລິການທັນທີໂດຍບໍ່ມີຂໍ້ຍົກເວັ້ນໃດໆ ຫາກຜູ້ໃຊ້ບໍລິການໃຊ້ບັດເຄຣດິດປອມ ຫຼືລັກມາໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງບັດໃນການຊື້ບໍລິການ
10. ຜູ້ໃຫ້ບໍລິການສະຫງວນສິດໃນການໃຊ້ ຫຼືເປີດເຜີຍຂໍ້ມູນຂອງຜູ້ໃຊ້ບໍລິການ ເມື່ອໄດ້ຮັບການຮ້ອງຂໍຈາກເຈົ້າໜ໊າທີ່ລັດ ເພາະຜູ້ໃຫ້ບໍລິການໃຫ້ຄວາມຮ່ວມມືກັບພາກລັດ ໃນການກວດສອບເວັບໄຊ້ທີ່ມີຂໍ້ຄວາມ ຫຼືເນື້ອຫາທີ່ບໍ່ເໝາະສົມ ແລະຂັດຕໍ່ຄວາມສະຫງົບຮຽບຮ້ອຍ ຫາກທ່ານໃດພົບເຫັນ ຫຼືຮູ້ທີ່ມາ ຂໍໃຫ້ແຈ້ງຂໍ້ມູນ ເພື່ອຈະໄດ້ດໍານເນີນການແກ່ເວັບໄຊ້ເຫຼົ່ານັ້ນຕໍ່ໄປ
11. ຂໍ້ມູນເນື້ອຫາ ແລະການອອກແບບເວັບໄຊ້ຕ່າງໆທີ່ຜູ້ໃຫ້ບໍລິການເປັນຜູ້ຈັດຂຶ້ນ ຜູ້ບໍລິຫານຂໍສະຫງວນສິດຫ້າມບໍ່ໃຫ້ ຜູ້ໃຊ້ບໍລິການຄັດລອກເຮັດຊ້ຳ ຫຼືໄປນໍາໃຊ້ບ່ອນອື່ນ ໂດຍບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນ​
12. ຜູ້ໃຫ້ບໍລິການຈະຕິດຕໍ່ຜູ້ໃຊ້ບໍລິການຜ່ານທາງອີເມວທີ່ໄດ້ສັ່ງຊື້ໃນໜ້າເວັບໄຊ້ ຫາກຕ້ອງການປ່ຽນຜູ້ດູແລ ຫຼືອີເມວທີ່ໃຊ້ໃນການຕິດຕໍ່ ໃຫ້ໃຊ້ອີເມວທີ່ສັ່ງຊື້ແຈ້ງເຂົ້າມາ ຫາກບໍ່ສາມາດໃຊ້ອີເມວເດີມແຈ້ງໄດ້ ຜູ້ໃຫ້ບໍລິການຈະຂໍເອກະສານເພີ່ມເຕີມຄື ໜັງສືຮັບຮອງບໍລິສັດ ໃບບິນຈ່າຍເງິນ ເປັນຕົ້ນ ຫາກບໍ່ມີຂໍ້ມູນດັ່ງກ່າວ ຜູ້ໃຫ້ບໍລິການສາມາດໃຫ້ຂໍ້ມູນລັບແກ່ຜູ້ຂໍໄດ້ ບໍ່ວ່າຈະເປັນກໍລະນີໃດໆກໍຕາມ
13. ຜູ້ໃຫ້ບໍລິການບໍ່ໄດ້ເປັນຜູ້ໃຫ້ບໍລິການດ້ານ Software/Script ຫຼື ສ້າງເວັບໄຊ້ໃຫ້ຜູ້ບໍລິການ ດັ່ງນັ້ນບັນຫາທີ່ກ່ຽວກັບການຂຽນໂປຣແກຣມ/ການນໍາໃຊ້ຂອງ Script ການສ້າງເວັບໄຊ້ ຜູ້ໃຫ້ບໍລິການຂໍສະຫງວນສິດໃນການບໍ່ຕອບຄໍາຖາມນັ້ນ ອາດຈະໃຫ້ Link ທີ່ກ່ຽວຂ້ອງໃຫ້ຜູ້ໃຊ້ບໍລິການໄປສຶກສາດ້ວຍຕົນເອງ ເຊິ່ງທາງຜູ້ໃຫ້ບໍລິການຈະໃຫ້ຄໍາຕອບກ່ຽວກັບຄໍາຖາມທີ່ກ່ຽວຂ້ອງກັບເວັບໂຮສຕິ້ງ/ອີເມວ ເທົ່ານັ້ນ ໂດຍໜ້າທີ່ຫຼັກຂອງຜູ້ໃຫ້ບໍລິການຄືຜູ້ໃຫ້ບໍລິການເວັບໂຮສຕິ້ງ/ອີເມວ ເຊິ່ງເປັນການດູແລເຊີບເວີທີ່ໃຫ້ບໍລິການ ໃຫ້ສາມາດນໍາໃຊ້ໄດ້ໄດ້ຕາມຄຸນສົມບັດທັງໝົດທີ່ໃຫ້ບໍລິການຕາມໜ້າເວັບໄຊ້ເທົ່ານັ້ນ
14. ໄຟລໃດໆທີ່ຜູ້ໃຊ້ບໍລິການນໍາໃຊ້ຢູ່ໃນເຊີບເວີເຊັ່ນ Website Files,E-Mail Files,Database Files ເປັນຕົ້ນ ຫາກມີການຕິດໄວຣັດເກີດຂຶ້ນ ຈະຖືກປິດການເຂົ້າເຖິງໂດຍອັດຕະໂນມັດໂດຍບໍ່ຈໍາເປັນຕ້ອງແຈ້ງໃຫ້ຊາບລ່ວງໜ້າ
15. ຜູ້ໃຫ້ບໍລິການສະຫງວນສິດໃນການລະງັບການໃຫ້ບໍລິການຊົ່ວຄາວ ໃນກໍລະນີທີ່ຜູ້ໃຊ້ບໍລິການໃຊ້ພື້ນທີ່ Quota ຫຼືອັດຕາການຮັບ-ການສົ່ງຂໍ້ມູນ Traffic ເກີນຈາກ Packages ທີ່ໃຊ້ບໍລິການ ຫຼືໃຊ້ຊັບພະຍາກອນ Resource ເກີນຈາກ Packages ທີ່ໃຊ້ບໍລິການ ກະລຸນາຕິດຕໍ່ຝ່າຍຂາຍເພື່ອເພີ່ມ Packages ທີ່ໃຊ້ບໍລິການ
16. ກໍລະນີທີ່ຜູ້ໃຊ້ບໍລິການຕ້ອງການຍົກເລີກໃຊ້ບໍລິການ ຫຼືປັບຫຼຸດບໍລິການລົງ ກັບຜູ້ໃຫ້ບໍລິການກ່ອນຄົບກໍານົດສັນຍາ ຜູ້ໃຊ້ບໍ່ມີສິດຮຽກຄ່າບໍລິການຄືນບໍ່ວ່າບາງສ່ວນ ຫຼືທັງໝົດໄດ້ ຍົກເວັ້ນແຕ່ທາງໃຫ້ບໍລິການ ຈະເປັນຜູ້ຍົກເລີກບໍລິການເອງ ໂດຍຈະຄືນຄ່າບໍລິການຕາມສົມຄວນໃຫ້ເທົ່ານັ້ນ
17. ຜູ້ໃຊ້ບໍລິການຈະຕ້ອງສໍາຮອງໄຟລຂໍ້ມູນທີ່ຢູ່ໃນເຊີບເວີ ໃນກໍລະນີທີ່ມີການຮ້ອງຂໍໄຟລສໍາຮອງຈາກຜູ້ໃຫ້ບໍລິການ ຜູ້ໃຊ້ບໍລິການຈະຕ້ອງຊໍາລະຄ່າບໍລິການໃຫ້ກັບຜູ້ໃຫ້ບໍລິການເພື່ອດໍາເນີນການຄັດລອກໄຟລຂໍ້ມູນສໍາຮອງດັ່ງກ່າວ​
18. ຜູ້ໃຫ້ບໍລິການສະຫງວນສິດໃນການປ່ຽນແປງຂໍ້ຕົກລົງໃນການໃຫ້ບໍລິການນີ້ໄດ້ຕະຫຼອດເວລາ ໂດຍບໍ່ຕ້ອງແຈ້ງໃຫ້ຜູ້ໃຊ້ບໍລິການຊາບລ່ວງໜ້າ
19. ຜູ້ໃຊ້ບໍລິການຍິນຍອມໃຫ້ເປີດເຜີຍຂໍ້ມູນສ່ວນຕົວທີ່ໄດ້ສະມັກສະມາຊິກເຂົ້າມາເຊັ່ນ ຊື່ ນາມສະກຸນ ທີ່ຢູ່ ອີເມວ ເບີໂທລະສັບ ຂໍ້ມູນທີ່ກ່ຽວຂ້ອງກັບບໍລິສັດ ຂໍ້ມູນຜູ້ຕິດຕໍ່ ເພື່ອຈຸດປະສົງດັ່ງກ່າວຕໍ່ໄປນີ້
  • ສໍາລັບໃຫ້ພະນັກງານຂອງຜູ້ໃຫ້ບໍລິການຕິດຕໍ່ປະສານງານກັບທາງຜູ້ໃຊ້ບໍລິການເມື່ອພົບບັນຫາໃນການນໍາໃຊ້ບໍລິການຂອງທາງຜູ້ໃຫ້ບໍລິການ
  • ສໍາລັບໃຊ້ໃນການຈົດທະບຽນໂດເມນກັບຜູ້ໃຫ້ບໍລິການຈົດໂດເມນເພື່ອໃຊ້ເປັນການຢືນຢັນຄວາມເປັນເຈົ້າຂອງໂດເມນ
  • ເມື່ອໄດ້ຮັບການຮ້ອງຂໍຈາກເຈົ້າໜ້າທີ່ພາກລັດ​