ຮັກຄອມ ເປັນຜູ້ໃຫ້ບໍລິການເວັບໄຊ້ https://Huk-com.la/, https://hostings.huk-com.la/, https://help.huk-com.la/, https://huk-com.cloud/, https://docs.huk-com.cloud/ (ຕໍ່ໄປນີ້ເຮົາຈະເອີ້ນເວັບໄຊ້ທັງໝົດນີວ່າ “ເວັບໄຊ້ຂອງບໍລິສັດ”) ລວມເຖິງຊ່ອງທາງໂຊຊຽວມີເດຍອື່ນໆຂອງບໍລິສັດຂໍບອກວ່າ ບໍລິສັດເຄົາລົບຄວາມເປັນສ່ວນຕົວຂອງຜູ້ນໍາໃຊ້ ແລະຄິດລະອຽດຖີ່ຖ້ວນວ່າຂໍ້ມູນສ່ວນຕົວບຸກຄົນຂອງຜູ້ນໍາໃຊ້ແຕ່ລະທ່ານກໍມີຄວາມສໍາຄັນຢ່າງຍິ່ງ ບໍລິສັດຈຶ່ງຕ້ອງການທີ່ຈະຊີ້ແຈງໃຫ້ຮັບຮູ້ກ່ຽວກັບການເກັບລວບລວມ ໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ

ດັ່ງນັ້ນ ບໍລິສັດຈຶ່ງໄດ້ມີນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວນີ້ ເພື່ອຊີ້ແຈງລາຍລະອຽດ ແລະວິທີຈັດເກັບລວບລວມ ໃຊ້ ແລະ/ຫຼື ເປີດເຜີຍ ການຄຸ້ມຄອງຂໍ້ມູນ ການເຂົ້າເຖິງຂໍ້ມູນ ການໂອນຍ້າຍ ແລະການວິເຄາະປະມວນຜົນຂໍ້ມູນສ່ວນຕົວຂອງທ່ານດັ່ງນີ້

ຂໍ້ມູນສ່ວນຕົວໃນທີ່ນີ້ໝາຍເຖິງຂໍ້ມູນຕ່າງໆ ໃນການລົງທະບຽນຜ່ານເວັບໄຊ້ຂອງບໍລິສັດຄຸກກີ້ ຂໍ້ມູນການເຮັດລາຍການ ແລະປະສົບການໃນການນໍາໃຊ້

ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ (Privacy Policy) ນີ້ຢູ່ພາຍໃຕ້ກົດລະບຽບ ໂດຍບໍລິສັດມີອໍານາດຕັດສິນໃຈກ່ຽວກັບການເກັບລວບລວມ ໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນຕົວ ເຊິ່ງຕາມກົດໝາຍເອີ້ນວ່າ “ຜູ້ຄວບຄຸມຂໍ້ມູນສ່ວນຕົວ” ໂດຍມີພະນັກງານທີ່ບໍລິສັດມອບໝາຍໃຫ້ໂດຍສະເພາະ ມີໜ້າທີ່ດໍາເນີນການເກັບລວບລວມ ໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນຕົວຕາມຄໍາສັ່ງ ຫຼືໃນນາມບໍລິສັດ

ຂໍ້ມູນສ່ວນຕົວມີຫຍັງແດ່ທີ່ບໍລິສັດທີ່ເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍ

ເຮົາຈະເກັບລວບລວມຂໍ້ມູນສ່ວນຕົວເຊິ່ງເປັນຂໍ້ມູນທີ່ເຮັດໃຫ້ສາມາດລະບຸຕົວຕົນຂອງທ່ານໄດ້ ບໍ່ວ່າທາງກົງ ຫຼື ທາງອ້ອມ ໄດ້ແກ່ຂໍ້ມູນທີ່ທ່ານໃຫ້ໄວ້ໂດຍກົງຈາກການລົງທະບຽນຜ່ານລະບົບ ເວັບໄຊ້ຂອງບໍລິສັດ ຄຸກກີ້ ຂໍ້ມູນການເຮັດລາຍການ ແລະປະສົບການການນໍາໃຊ້ຜ່ານໜ້າເວັບ ຜູ້ທີ່ໄດ້ຮັບມອບໝາຍ ຫຼື ຊ່ອງທາງອື່ນໃດ ເຊັ່ນ

ຂໍ້ມູນສ່ວນຕົວທີ່ສາມາດລະບຸຕົວຕົນໄດ້ເຊັ່ນ ຊື່ ນາມສະກຸນ ເລກປະຈໍາຕົວຜູ້ເສຍພາສີ ສໍາເນົາບັດປະຈໍາຕົວ ຂໍ້ມູນບັດປະຈໍາຕົວຈະຖືກເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍໃນບາງກໍລະນີທີ່ຈໍາເປັນເທົ່ານັ້ນເຊັ່ນ ໃຊ້ເປັນເອກະສານປະກອບຈົດທະບຽນໂດເມນປະເພດ .la ການຢືນຢັນຕົວຕົນສໍາລັບລູກຄ້າທີ່ໃຊ້ບໍລິການໂດເມນ ອີເມວ ບໍລິການເສີມຈາກພາຍນອກ ຫຼືໃຊ້ເປັນເອກະສານປະກອບການສະມັກວຽກ

  • ຂໍ້ມູນການຕິດຕໍ່ເຊັ່ນ ທີ່ຢູ່ອາໄສ ໝາຍເລກໂທລະສັບ ອີເມວ
  • ຂໍ້ມູນການເຮັດວຽກເຊັ່ນ ຊື່ບໍລິສັດ ທີ່ຢູ່ບໍລິສັດ ໝາຍເລກປະຈໍາຕົວຜູ້ເສຍພາສີຂອງບໍລິສັດ
  • ຂໍ້ມູນການເຮັດທຸລະກໍາເຊັ່ນ ຊ່ອງທາງການຊໍາລະເງິນ ສະລິບການໂອນເງິນ ການເຮັດທຸລະກໍາກ່ຽວກັບການສັ່ງຊື້ ແລະ/ຫຼືການໃຊ້ຜະລິດຕະພັນ ແລະ/ຫຼບໍລິການຂອງບໍລິສັດ
  • ຂໍ້ມູນອຸປະກອນ ຫຼື ເຄື່ອງມື ເຊັ່ນ
    • ໝາຍເລກ ໄອພີ MAC Address Cookie ID
    • ການຈໍລະຈອນທາງຄອມພິວເຕີ ຂໍ້ມູນພຶດຕິກໍາການສືບຄົ້ນຂໍ້ມູນການນໍາໃຊ້ເວັບໄຊ້ ຜະລິດຕະພັນ ແລະ/ຫຼື ບໍລິການຂອງບໍລິສັດ ເຊັ່ນ
      • ໝາຍເລກໄອພີ
      • ປະເພດ ແລະພາສາຂອງບຣາວເຊີທີ່ໃຊ້ໃນການເຂົ້າເຖິງ
      • ທີ່ຕັ້ງ(ປະເທດ)ທີ່ໃຊ້ໃນການເຂົ້າເຖິງ
      • ລະບົບປະຕິບັດການ
      • ຜູ້ໃຫ້ບໍລິການອິນເຕີເນັດ
      • ໜ້າເວັບທີ່ເຂົ້າຢ້ຽມຊົມ
      • ວັນທີ/ເວລາທີ່ຢ້ຽມຊົມ
      • ເວັບໄຊ້ທີ່ອ້າງເຖິງເວັບຂອງບໍລິສັດ
      • ຂໍ້ມູນອື່ນໆ ເຊັ່ນ ສຽງ ພາບນິ້ງ ພາບເຄື່ອນໄຫວ ແລະຂໍ້ມູນອື່ນທີ່ຖືວ່າເປັນຂໍ້ມູນສ່ວນບຸກຄົນພາຍໃຕ້ກົດໝາຍຄຸ້ມຄອງຂອງຂໍ້ມູນສ່ວນຕົວ
ຈຸດປະສົງໃນການເກັບລວບລວມ ໃຊ້ ແລະ/ຫຼື ເປີດເຜີຍຂໍ້ມູນ

ບໍລິສັດຈະດໍາເນີນການເກັບລວບລວມຂໍ້ມູນສ່ວນຕົວຂອງທ່ານ ແລະອາດຈະນໍາມາປະມວນຜົນ ເພື່ອປະໂຫຍດຂອງທ່ານໃນການນໍາໃຊ້ຜະລິດຕະພັນ ແລະ/ຫຼືບໍລິການຕະຫຼອດເພື່ອປະຕິບັດຕາມກົດໝາຍໃດໆທີ່ບໍລິສັດ ແລະ/ຫຼືທ່ານຕ້ອງປະຕິບັດຕາມ ແລະເພື່ອຈຸດປະສົງອື່ນໃດຕາມທີ່ໄດ້ລະບຸໃນນະໂຍບາຍສະບັບນີ້ ດັ່ງນີ້

  1. ເພື່ອໃຫ້ທ່ານສາມາດໃຊ້ຜະລິດຕະພັນ ແລະ/ຫຼື ບໍລິການຂອງບໍລິສັດໄດ້ຕາມຄວາມຕ້ອງການເຊິ່ງທ່ານເປັນຄູ່ສັນຍາຢູ່ກັບບໍລິສັດ ຫຼື ເພື່ອໃຊ້ໃນການດໍາເນີນການຕາມຄໍາຂໍຂອງທ່ານກ່ອນໃຊ້ຜະລິດຕະພັນ ແລະ/ຫຼືບໍລິການຂອງບໍລິສັດ
  2. ເພື່ອແກ້ໄຂ ປັບປຸງປະສິດທິພາບ ການເຮັດວຽກຂອງເວັບໄຊ້ ການສ້າງແຜນການຕະຫຼາດ ວິເຄາະຂໍ້ມູນການໃຊ້ ປະເມີນການບໍລິການ ລວມເຖິງການປັບປຸງ ພັດທະນາຜະລິດຕະພັນ ແລະການບໍລິການຂອງບໍລິສັດ
  3. ເພື່ອປະຕິບັດໜ້າທີ່ຕາມກົດໝາຍທີ່ກ່ຽວຂ້ອງ ຫຼືໃຊ້ບັງຄັບເຊັ່ນການປະຕິບັດຕາມຄໍາສັ່ງ ຕາມກົດໝາຍ ຫຼືກົດລະບຽບທີ່ບໍລິສັດ ແລະ/ຫຼືທ່ານຈໍາເປັນຕ້ອງປະຕິບັດຕາມ
  4. ເພື່ອການດໍາເນີນງານທີ່ຈໍາເປັນພາຍໃຕ້ປະໂຫຍດຢ່າງຊອບທໍາດ້ວຍກົດລະບຽບຂອງບໍລິສັດບໍ່ເກີນຂອບເຂດທີ່ທ່ານສາມາດຄາດໝາຍໄດ້ຢ່າງສົມເຫດສົມຜົນເຊັ່ນ
    1. ການບັນທຶກສຽງທາງ Call Center
    2. ການຮັກສາຄວາມສໍາພັນກັບລູກຄ້າເຊັ່ນ ການຈັດການຄໍາຮ້ອງ ການປະເມີນຄວາມເພິ່ງພໍໃຈ ການດູແລລູກຄ້າໂດຍພະນັກງານຂອງບໍລິສັດ ການແຈ້ງເຕືອນຫຼືນໍາສະເໜີຜະລິດຕະພັນ ແລະ/ຫຼືບໍລິການຕ່າງໆປະເພດດຽວກັນກັບທີ່ທ່ານມີຢູ່ກັບບໍລິສັດເຊິ່ງເປັນປະໂຫຍດກັບທ່ານ
    3. ການເຮັດໃຫ້ຂໍ້ມູນສ່ວນຕົວເປັນຂໍ້ມູນທີ່ບໍ່ສາມາດລະບຸຕົວບຸກຄົນໄດ້ (Anonymous Data)
    4. ການປ້ອງກັນ ຮັບມື ຫຼຸດຄວາມສ່ຽງທີ່ອາດຈະເກີດການທຸຈະລິດ ໄພຄຸກຄາມທາງໄຊເບີ ການລະເມີດກົດໝາຍຕ່າງໆ
    5. ການເກັບລວບລວມ ໃຊ້ ແລະ/ຫຼື ເປີດເຜີຍຂໍ້ມູນສ່ວນຕົວຂອງກໍາມະການ ຜູ້ມີອິດທິພົນເຮັດແທນຕົວແທນຂອງລູກຄ້ານິຕິບຸກຄົນ
    6. ການຕິດຕໍ່ ການບັນທຶກພາບ ການບັນທຶກສຽງກ່ຽວກັບການຈັດປະຊຸມ ຝຶກອົບຮົມ ຫຼື ຕັ້ງບູດ
    7. ການເກັບລວບລວມ ໃຊ້ ແລະ/ຫຼື ເປີດເຜີຍຂໍ້ມູນສ່ວນຕົວຂອງບຸກຄົນທີ່ສານມີຄໍາສັ່ງອາຍັດຊັບ
    8. ການຮັບ-ສົ່ງ ພັດສະດຸ
  5. ເພື່ອໃຫ້ທ່ານໄດ້ຮັບປະໂຫຍດຈາກການໃຊ້ຜະລິດຕະພັນ ແລະ/ຫຼືບໍລິການ ຕາມທີ່ທ່ານເລືອກໃຫ້ການຍອມຮັບໄວ້ເຊັ່ນ
    1. ເພື່ອໃຫ້ທ່ານໄດ້ຮັບຜະລິດຕະພັນ ແລະ/ຫຼືບໍລິການທີ່ດີຍິ່ງຂຶ້ນ ແລະສອດຄ່ອງກັບຄວາມຕ້ອງການຂອງທ່ານ
    2. ເພື່ອໃຫ້ທ່ານໄດ້ຮັບຂໍ້ສະເໜີ ສິດ ປະໂຫຍດພິເສດ ຄໍາແນະນໍາ ແລະຂ່າວສານຕ່າງໆ ລວມເຖິງສິດໃນການເຂົ້າຮ່ວມກິດຈະກໍາພິເສດ
  6. ເພື່ອໃຊ້ໃນການປະມວນຜົນ ແລະດໍາເນີນການກ່ຽວກັບການຕະຫຼາດ ເພື່ອເພີ່ມປະສິດທິພາບ ການນໍາສະເໜີຂໍ້ສະເໜີ ສິດທິປະໂຫຍດພິເສດ ຂໍ້ມູນກ່ຽວກັບຜະລິດຕະພັນແລະ/ຫຼືບໍລິການ ຄໍາແນະນໍາ ແລະຂ່າວສານຕ່າງໆຂອງບໍລິສັດໃຫ້ກັບກຸ່ມເປົ້າໝາຍທີ່ມີຄວາມສົນໃຈ ແລະຫຼືພຶດຕິກໍາໃກ້ຄຽງກັບທ່ານ
  7. ເພື່ອວັດຖຸປະສົງອື່ນທີ່ໄດ້ແຈ້ງຂະນະເກັບຂໍ້ມູນສ່ວນຕົວຂອງທ່ານ ຫຼືວັດຖຸປະສົງອື່ນທີ່ກ່ຽວຂ້ອງກັບຂໍ້ໃດຂໍ້ໜຶ່ງເບື້ອງຕົ້ນ

*ບໍລິສັດຈະບໍ່ໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ ຍົກເວັ້ນແຕ່ການເປັນການໃຊ້ ຫຼື ເປີດເຜີຍເທົ່າທີ່ຈໍາເປັນຕາມວັດຖຸປະສົງທີ່ລະບຸໄວ້ເບື້ອງຕົ້ນ ຫຼືເປັນການເປີດເຜີຍຕໍ່ບຸກຄົນໃນບໍລິສັດ ຫຼືບຸກຄົນທີ່ກ່ຽວຂ້ອງຕາມສັນຍາ ຫຼືດໍາເນີນການຕາມກົດໝາຍ ໜ່ວຍງານພາກລັດ ໜ່ວຍງານກໍາກັບດູແລ ຫຼື ໄດ້ຮັບການຍິນຍອມຈາກທ່ານ

ບໍລິສັດອາດຈະເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານໃຫ້ໃຜແດ່

ບໍລິສັດອາດຈະເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານໃຫ້ແກ່ຄົນອື່ນພາຍໃຕ້ຄວາມຍິນຍອມຂອງທ່ານ ຫຼືພາຍໃຕ້ຫຼັກເກນທີ່ກົດໝາຍອະນຸຍາດໃຫ້ເປີດເຜີຍໄດ້ ໂດຍບຸກຄົນຫຼືໜ່ວຍງານທີ່ເປັນຜູ້ຮອງຮັບຂໍ້ມູນດັ່ງກ່າວຈະເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານຕາມຂອບເຂດທີ່ທ່ານໄດ້ໃຫ້ການຍອມຮັບ ຫຼື ຂອບເຂດທີ່ກ່ຽວຂ້ອງໃນນະໂຍບາຍສະບັບນີ້ ເຊັ່ນ

  1. ພະນັກງານຜູ້ທີ່ໄດ້ຮັບອະນຸຍາດຂອງບໍລິສັດ ແລະ/ຫຼື ບຸກຄົນພາຍນອກທີ່ບໍລິສັດເປັນຄູ່ສັນຍາ ຫຼືມີຄວາມສໍາພັນດ້ວຍ
  2. ຜູ້ທີ່ໄດ້ຮັບອະນຸຍາດເປັນຕົວແທນຂອງບໍລິສັດໃນການສະເໜີຂາຍຜະລິດຕະພັນ ແລະ/ຫຼືບໍລິການຂອງບໍລິສັດ ລວມເຖິງຕົວແທນຜູ້ຮັບຈ້າງຂອງບຸກຄົນນັ້ນ
  3. ບຸກຄົນອື່ນລວມເຖິງຕົວແທນ ຜູ້ຮັບຈ້າງຂອງບຸກຄົນນັ້ນ ເຊິ່ງດໍາເນີນການກ່ຽວກັບຜະລິດຕະພັນ ແລະ/ຫຼືບໍລິການຂອງບໍລິສັດ ການຈັດກິດຈະກໍາທາງການຕະຫຼາດ ການນໍາສະເໜີຂໍ້ມູນຂ່າວສານຂອງບໍລິສັດ ລວມເຖິງການພັດທະນາຄຸນະພາບຜະລິດຕະພັນ ແລະ/ຫຼື ບໍລິການຂອງບໍລິສັດເຊັ່ນ ການຮັບຊໍາລະເງິນ ການຈັດຂໍ້ມູນເອກະສານ ລະບົບເທັກໂນໂລຢີ ການສົ່ງເອກະສານ ແລະການວິໄຈ ເປັນຕົ້ນ
  4. ໜ່ວຍງານພາກລັດ ຫຼືໜ່ວຍງານກໍາກັບດູແລ ຫຼືບຸກຄົນໃດທີ່ບໍລິສັດຕ້ອງເປີດເຜີຍຂໍ້ມູນ ພາຍໃຕ້ກົດໝາຍ ລະບຽບ ຄໍາສັ່ງ ທີ່ກ່ຽວຂ້ອງກັບບໍລິສັດ ຫຼືຕາມຂໍ້ຕົກລົງທີ່ບໍລິສັດມີຕໍ່ໜ່ວຍງານພາກລັດ ຫຼືບຸກຄົນອື່ນໃດ
ບໍລິສັດສົ່ງ ຫຼື ໂອນຂໍ້ມູນສ່ວນຕົວຂອງທ່ານໄປຕ່າງປະເທດ ຫຼືບໍ່

ບໍລິສັດອາດຈະມີຄວາມຈໍາເປັນຕ້ອງສົ່ງ ຫຼືໂອນຂໍ້ມູນສ່ວນຕົວຂອງທ່ານໄປບໍລິສັດເຄືອຂ່າຍ/ທຸລະກິດດຽວກັນທີ່ຢູ່ຕ່າງປະເທດ ຫຼືໄປຫາຜູ້ຮັບຂໍ້ມູນອື່ນເຊິ່ງເປັນສ່ວນໜຶ່ງຂອງການດໍາເນີນທຸລະກິດຕາມປົກກະຕິຂອງບໍລິສັດເຊັ່ນ ການສົ່ງ ຫຼື ໂອນຂໍ້ມູນສ່ວນຕົວໄປຮັກສານໄວ້ກັບ Server/Cloud ໃນປະເທດຕ່າງໆ

ກໍລະນີທີ່ປະເທດປາຍທາງມີມາດຕະຖານບໍ່ພຽງພໍ ບໍລິສັດຈະດູແລການສົ່ງ ຫຼື ໂອນຂໍ້ມູນສ່ວນຕົວໃຫ້ເປັນໄປຕາມທີ່ກົດໝາຍກໍານົດ ແລະຈະດໍາເນີນການໃຫ້ມີມາດຕະການຄຸ້ມຄອງຂໍ້ມູນສ່ວນຕົວທີ່ເຫັນວ່າຈໍາເປັນ ແລະເໝາະສົມສອດຄ່ອງກັບມາດຕະຖານການຮັກສາຄວາມລັບເຊັ່ນມີຂໍ້ຕົກລົງຮັກສາຄວາມລັບກັບຜູ້ຮັບຂໍ້ມູນໃນປະເທດດັ່ງກ່າວ

ເວັບໄຊ້ ແລະການບໍລິການຂອງກຸ່ມບຸກຄົນພາຍນອກ

ບໍລິສັດອາດຈະໃຫ້ລິ້ງເຊື່ອມໂຍງໄປຫາເວັບໄຊ້ ແລະບໍລິການອື່ນ ເພື່ອຄວາມສະດວກ ແລະໃຫ້ຂໍ້ມູນແກ່ທ່ານເຊັ່ນການຊໍາລະເງິນຜ່ານຜູ້ໃຫ້ບໍລິການພາຍນອກ ການບໍລິການ ແລະເວັບໄຊ້ເຫຼົ່ານີ້ອາດຈະດໍາເນີນງານເປັນອິດສະຫຼະຈາກບໍລິສັດ ແລະອາດຈະມີປະກາດ ແລະນະໂຍບາຍຄວາມເປັນສ່ວນຕົວທີ່ເປັນຂອງຕົວເອງເຊິ່ງບໍລິສັດຂໍແນະນໍາໃຫ້ທ່ານທົບທວນກວດສອບກ່ອນທີ່ຈະໃຊ້ການບໍລິການເຫຼົ່ານັ້ນ ຫຼືເຮັດກິດຈະກໍາໃດໆໃນເວັບໄຊ້ເຫຼົ່ານັ້ນ ຕາມຂອບເຂດບໍລິສັດບໍ່ໄດ້ເປັນເຈົ້າຂອງ ຫຼື ຄວບຄຸມເວັບໄຊ້ທີ່ຖືກລິ້ງໄປເຊິ່ງທ່ານເຂົ້າຢ້ຽມຊົມນັ້ນ ບໍລິສັດຈະບໍ່ໄດ້ຮັບຜິດຊອບກັບເນື້ອຫາ ການປະຕິບັດກ່ຽວກັບຄວາມເປັນສ່ວນຕົວ ແລະຄຸນະພາບຂອງການບໍລິການຕ່າງໆ ເຫຼົ່ານັ້ນ

ບໍລິສັດຈະເກັບຮັກສາຂໍ້ມູນຂອງທ່ານໄວ້ດົນປານໃດ​

ບໍລິສັດຈະເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ຕາມໄລຍະເວລາທີ່ຈໍາເປັນໃນລະຫວ່າງທີ່ທ່ານເປັນລູກຄ້າ ຫຼືມີຄວາມສໍາພັນຢູ່ກັບບໍລິສັດ ຫຼື ຕະຫຼອດໄລຍະເວລາທີ່ຈໍາເປັນເພື່ອໃຫ້ບັນລຸຈຸດປະສົງທີ່ກ່ຽວຂ້ອງໃນນະໂຍບາຍສະບັບນີ້ ເຊິ່ງອາດຈໍາເປັນຕ້ອງເກັບຮັກສາໄວ້ຕໍ່ໄປ ຫາກມີກົດໝາຍກໍານົດ ຫຼືອະນຸຍາດໄວ້

ທັງນີ້ ບໍລິສັດຈະລົບ ຫຼື ທໍາລາຍຂໍ້ມູນສ່ວນຕົວ ຫຼືເຮັດໃຫ້ເປັນຂໍ້ມູນທີ່ບໍ່ສາມາດລະບຸເຖິງຕົວຕົນຂອງທ່ານໄດ້ເມື່ອໝົດຄວາມຈໍາເປັນ ຫຼື ສິ້ນສຸດໄລຍະເວລາດັ່ງກ່າວ

ການປົກປ້ອງຄຸ້ມຄອງຂໍ້ມູນສ່ວນຕົວ

ບໍລິສັດຈະເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ເປັນຢ່າງດີທີ່ສຸດ ທັງຕາມມາດຕະການເຊີງເທັກນິກ ແລະມາດຕະການເຊີງບໍລິຫານຈັດການ ເພື່ອຮັກສາຄວາມໝັ້ນຄົງປອດໄພໃນການປະມວນຜົນຂໍ້ມູນສ່ວນຕົວທີ່ເໝາະສົມ ແລະເພື່ອປ້ອງກັນການລະເມີດຂໍ້ມູນສ່ວນຕົວ ໂດຍບໍລິສັດໄດ້ກໍານົດນະໂຍບາຍລະບຽບ ແລະຫຼັກເກນໃນການຄຸ້ມຄອງຂໍ້ມູນສ່ວນຕົວເຊັ່ນ

  1. ການຈໍາກັດສິດການເຂົ້າເຖິງຂໍ້ມູນສ່ວນຕົວທັງໃນຊ່ອງທາງອັອບລາຍ ແລະ ອອນລາຍ
  2. ດໍາເນີນການຮັກສາຄວາມປອດໄພຂອງຂໍ້ມູນຕາມມາດຕະຖານຄວາມປອດໄພຂອງລະບົບເທັກໂນໂລຢີສາລະສົນເທດໃນປະຈຸບັນ ຕົວຢ່າງມາດຕະການ ແລະເທັກໂນໂລຢີທີ່ບໍລິສັດນໍາໃຊ້ເຊັ່ນ
    1. Firewall ເປັນລະບົບຊັອບແວທີ່ຈະອະນຸຍາດໃຫ້ສະເພາະຜູ້ທີ່ໄດ້ຮັບສິດຈາກບໍລິສັດເທົ່ານັ້ນໃນການເຂົ້າເຖິງຂໍ້ມູນ
    2. Scan Virus ບໍລິສັດໄດ້ຕິດຕັ້ງ Scan Virus Software ໃນເຄື່ອງ Server ໂດຍສະເພາະ
    3. Secured Socket Layer (SSL) ເປັນເທັກໂນໂລຢີການເຂົ້າລະຫັດສໍາລັບການເຂົ້າເຖິງຂໍ້ມູນ ເພື່ອປ້ອງກັນການດັກຈັບຂໍ້ມູນຂະນະທີ່ມີການສົ່ງຜ່ານເຄືອຂ່າຍອິນເຕີເນັດ ໂດຍເທັກໂນໂລຢີນີ້ຈະເຮັດໃຫ້ຜູ້ຕ້ອງການດັກຈັບຂໍ້ມູນບໍ່ສາມາດເຂົ້າໃຈຄວາມໝາຍຂອງຂໍ້ມູນທີ່ດັກຈັບໄປໄດ້
    4. Data Encryption ໃຊ້ສໍາລັບຂໍ້ມູນທີ່ມີຄວາມສໍາຄັນທີ່ສຸດເຊັ່ນ ລະຫັດຜ່ານ (Password) ເຊິ່ງບໍລິສັດມີມາດຕະການຮັກສາຄວາມປອດໄພຢ່າງເຂັ້ມງວດ ໂດຍກ່ອນນໍາຂໍ້ມູນເຂົ້າສູ່ຖານຂໍ້ມູນເຄື່ອງຄອມພິວເຕີຂອງບໍລິສັດ ຈະມີການເຂົ້າລະຫັດໂດຍໃຊ້ Algorithm ທີ່ຊັບຊ້ອນເຮັດໃຫ້ບໍ່ມີຜູ້ໃດສາມາດຮູ້ຂໍ້ມູນສໍາຄັນດັ່ງກ່າວໄດ້ ແມ່ນແຕ່ພະນັກງານຂອງບໍລິສັດ
    5. Auto Log off ລະບົບຈະ Log off ໃຫ້ໂດຍອັດຕະໂນມັດພາຍໃນເວລາທີ່ເໝ!ະສົມສໍາລັບການໃຊ້ບໍລິການ ທັງນີ້ກໍເພື່ອຄວາມປອດໄພຂອງທ່ານເອງ
  3. ອອກມາດຕະການເພື່ອປ້ອງກັນບໍ່ໃຫ້ຜູ້ຮັບຂໍ້ມູນໄປຈາກບໍລິສັດໃຊ້ ຫຼືເປີດເຜີຍຂໍ້ມູນນອກຈຸດປະສົງ ຫຼືໂດຍບໍ່ມີອໍານາດ ຫຼືໂດຍບໍ່ມັກ
  4. ປັບປຸງນະໂຍບາຍ ລະບຽບ ແລະຫຼັກເກນດັ່ງກ່າວເປັນໄລຍະ ຕາມຄວາມຈໍາເປັນ ແລະເໝາະສົມ

ນອກຈາກນີ້ ຜູ້ບໍລິຫານ ພະນັກງານ ລູກຈ້າງ ຜູ້ຮັບຈ້າງ ຕົວແທນ ທີ່ປຶກສາ ແລະຜູ້ຮັບຂໍ້ມູນຈາກບໍລິສັດມີໜ້າທີ່ຕ້ອງຮັກສາຄວາມລັບຂໍ້ມູນສ່ວນຕົວຕາມມາດຕະການຮັກສາຄວາມລັບທີ່ບໍລິສັດກໍານົດຂຶ້ນ

ສິດຂອງເຈົ້າຂອງຂໍ້ມູນສ່ວນຕົວ

ສິດຂອງທ່ານໃນຂໍ້ນີ້ເປັນສິດຕາມກົດໝາຍທີ່ທ່ານຄວນຮັບຮູ້ ໂດຍທ່ານສາມາດຂໍໃຊ້ສິດຕ່າງໆໄດ້ພາຍໃຕ້ຂໍ້ກໍານົດຂອງກົດໝາຍ ແລະນະໂນບາຍທີ່ກໍານົດໄວ້ໃນຂະນະນີ້ ຫຼືທີ່ຈະມີການແກ້ໄຂເພີ່ມເຕີມໃນອະນາຄົດ ຕະຫຼອດຈົນຫຼັກເກນຕາມທີ່ບໍລິສັດກໍານົດຂຶ້ນ ແລະໃນກໍລະນີທ່ານມີອາຍຸບໍ່ຄົບ 20 ປີສົມບູນ ຫຼືຖືກຈໍາກັດຄວາມສາມາດໃນການສ້າງນິຕິກໍາຕາມກົດໝາຍ ທ່ານສາມາດຂໍໃຊ້ສິດໂດຍໃຫ້ພໍ່ແມ່ ຜູ້ປົກຄອງ ຫຼືຜູ້ໄດ້ຮັບສິດເປັນຜູ້ດໍາເນີນຕາມຈຸດປະສົງ

  1. ສິດຂໍເຂົ້າເຖິງຂໍ້ມູນ:ທ່ານມີສິດຂໍເຂົ້າເຖິງຂໍ້ມູນສ່ວນຕົວຂອງທ່ານທີ່ຢູ່ໃນຄວາມຮັບຜິດຊອບຂອງບໍລິສັດ ແລະຂໍໃຫ້ບໍລິສັດສໍາເນົາຂໍ້ມູນດັ່ງກ່າວໃຫ້ທ່ານ ລວມເຖິງຂໍໃຫ້ບໍລິສັດເປີດເຜີຍວ່າບໍລິສັດໄດ້ຂໍ້ມູນສ່ວນຕົວທ່ານມາໄດ້ແນວໃດ
  2. ສິດຂໍໃຫ້ແກ້ໄຂຂໍ້ມູນ:ທ່ານມີສິດຂໍແກ້ໄຂຂໍ້ມູນສ່ວນຕົວຂອງຕົນໃຫ້ຖືກຕ້ອງ ເປັນປະຈຸບັນສົມບູນ ແລະບໍ່ກໍ່ໃຫ້ເກີດຄວາມເຂົ້າໃຈຜິດ
  3. ສິດຂໍຖອນການຍິນຍອມ: ຫາກທ່ານໄດ້ໃຫ້ການຍິນຍອມໃຫ້ບໍລິສັດເກັບລວບລວມ ໃຊ້ ແລະ/ຫຼື ເປຮດເຜີຍຂໍ້ມູນສ່ວນຕົວຂອງທ່ານ (ບໍ່ວ່າຈະເປັນຄວາມຍິນຍອມທີ່ທ່ານໃຫ້ໄວ້ກ່ອນວັນທີ່ກົດໝາຍຄຸ້ມຄອງຂໍ້ມູນສ່ວນຕົວປະກາດນໍາໃຊ້) ທ່ານມີສິດທີ່ຈະຖອນຄວາມຍິນຍອມເມື່ອໃດກໍໄດ້ຕະຫຼອດເວລາທີ່ຂໍ້ມູນສ່ວນຕົວຂອງທ່ານຢູ່ກັບບໍລິສັດ ເວັ້ນແຕ່ມີຂໍ້ຈໍາກັດສິດນັ້ນໂດຍກົດໝາຍ ຫຼືມີສັນຍາທີ່ໃຫ້ປະໂຫຍດແກ່ທ່ານຢູ່
    ທັງນີ້ ການຖອນຄວາມຍິນຍອມຂອງທ່ານອາດຈະສົ່ງຜົນກະທົບຕໍ່ທ່ານຈາກການໃຊ້ຜະລິດຕະພັນ ແລະ/ຫຼື ບໍລິການຕ່າງໆເຊັ່ນ ທ່ານຈະບໍ່ໄດ້ຮັບຜົນປະໂຫຍດ, ໂປຣໂມຊັ່ນ ຫຼືຂໍ້ສະເໜີໃໝ່ໆ ບໍ່ໄດ້ຮັບຜະລິດຕະພັນ ຫຼືບໍລິການທີ່ດີຍິ່ງຂຶ້ນ ແລະສອດຄ່ອງກັບຄວາມຕ້ອງການຂອງທ່ານ ຫຼືບໍ່ໄດ້ຮັບຂໍ້ມູນຂ່າວສານອັນເປັນປະໂຫຍດແກ່ທ່ານເປັນຕົ້ນ ເພື່ອປະໂຫຍດຂອງທ່ານ ຈຶ່ງຄວນຮັກສາ ແລະສອບຖາມເຖິງຜົນກະທົບກ່ອນຈະຖອນຄວາມຍິນຍອມ
  4. ສິດຂໍຖອນຖ່າຍຂໍ້ມູນ:ທ່ານມີສິດຂໍຮັບຂໍ້ມູນສ່ວນຕົວຂອງທ່ານໃນກໍລະນີທີ່ບໍລິສັດໄດ້ຈັດຂໍ້ມູນສ່ວນຕົວຢູ່ໃນຮູບແບບໃຫ້ສາມາດອ່ານ ຫຼືນໍາໃຊ້ໄດ້ດ້ວຍເຄື່ອງມື ຫຼືອຸປະກອນທີ່ເຮັດວຽກໄດ້ໂດຍອັດຕະໂນມັດ ແລະສາມາດໃຊ້ຫຼືເປີດເຜີຍຂໍ້ມູນສ່ວນຕົນໄດ້ດ້ວຍວິການອັດຕະໂນມັດລວມທັງສິດຂໍໃຫ້ບໍລິສັດສົ່ງ ຫຼືໂອນຂໍ້ມູນສ່ວນຕົວໃນຮູບແບບດັ່ງກ່າວໄປຫາຜູ້ຄວບຄຸມຂໍ້ມູນສ່ວນຕົວອື່ນສາມາດເຮັດໄດ້ໂດຍອັດຕະໂນມັດ ແລະມີສິດຂໍຮັບຂໍ້ມູນສ່ວນຕົວທີ່ບໍລິສັດສົ່ງ ຫຼືໂອນໃຫ້ໃນຮູບແບບດັ່ງກ່າວໄປຫາຜູ້ຄວບຄຸມຂໍ້ມູນໂດຍກົງເວັ້ນແຕ່ບໍ່ສາມາດດໍາເນີນການໄດ້ເພາະເຫດທາງເທັກນິກ
    ທັງນີ້ ຂໍ້ມູນສ່ວນຕົວຂອງທ່ານເບື້ອງຕົ້ນເປັນຂໍ້ມູນສ່ວນຕົວທີ່ທ່ານໄດ້ໃຫ້ຄວາມຍິນຍອມແກ່ບໍລິສັດໃນການເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍ ຫຼືເປັນຂໍ້ມູນສ່ວນຕົວທີ່ບໍລິສັດຈໍາເປັນຕ້ອງເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍ ເພື່ອໃຫ້ທ່ານສາມດໃຊ້ຜະລິດຕະພັນ ແລະ/ຫຼື ບໍລິການຂອງບໍລິສັດໄດ້ຕາມຄວາມຕ້ອງການເຊິ່ງທ່ານເປັນຄູ່ສັນຍາຢູ່ກັບບໍລິສັດ ຫຼືເພື່ອໃຊ້ໃນການດໍາເນີນການຕາມຄໍາຂໍຂອງທ່ານກ່ອນໃຊ້ຜະລິດຕະພັນ ແລະ/ຫຼືບໍລິການຂອງບໍລິສັດ ຫຼືເປັນຂໍ້ມູນສ່ວນຕົວອື່ນຕາມກົດໝາຍກໍານົດ
  5. ສິດຂໍຄັດຄ້ານ: ທ່ານມີສິດຄັດຄ້ານດ້ານການເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍ ຂໍ້ມູນສ່ວນຕົວຂອງທ່ານໃນເວລາໃດກໍໄດ້ ຫາກການເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍ ຂໍ້ມູນສ່ວນຕົວຂອງທ່ານທີ່ເຮັດຂຶ້ນເພື່ອການດໍາເນີນງານທີ່ຈໍາເປັນພາຍໃຕ້ປະໂຫຍດໂດຍຖືກຕາມກົດລະບຽບຂອງບໍລິສັດ ຫຼື ຂອງບຸກຄົນ ຫຼື ນິຕິບຸກຄົນອື່ນ ໂດຍບໍ່ເກີນຂອບເຂດທີ່ທ່ານສາມາດຄາດໝາຍໄດ້ຢ່າງສົມເຫດສົມຜົນ ຫຼືເພື່ອການດໍາເນີນການຕາມພາລະກິດເພື່ອສາທາລະນະປະໂຫຍດ ຫາກທ່ານຍື່ນຄັດຄ້ານບໍລິສັດຈະຍັງຄົງດໍາເນີນການເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານຕໍ່ໄປສະເພາະທີ່ບໍລິສັດສາມາດສະແດງເຫດຜົນຕາມກົດໝາຍວ່າໄດ້ມີຄວາມສໍາຄັນຍິ່ງກວ່າສິດຂັ້ນພື້ນຖານຂອງທ່ານ ຫຼືເປັນໄປເພື່ອການຢືນຢັນສິດຕາມກົດໝາຍ ການປະຕິບັດຕາມກົດໝາຍ ຫຼືການຕໍ່ສູ້ໃນການຮ້ອງຟ້ອງຕາມກົດໝາຍ ຕາມແຕ່ລະກໍລະນີ
    ນອກຈາກນີ້ ທ່ານຍັງມີສິດຂໍຄັດຄ້ານການເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍ ຂໍ້ມູນສ່ວນຕົວຂອງທ່ານທີ່ສ້າງຂຶ້ນເພື່ອຈຸດປະສົງກ່ຽວກັບການຕະຫຼາດ ຫຼືເພື່ອຈຸດປະສົງກ່ຽວກັບການສຶກສາວິໄຈທາງວິທະຍາສາດ ປະຫວັດສາດ ຫຼືສະຖິຕິໄດ້ອີກດ້ວຍ
  6. ສິດຂໍລົບ ຫຼືທໍາລາຍຂໍ້ມູນ: ທ່ານມີສິດຂໍລົບ ຫຼືທໍາລາຍຂໍ້ມູນສ່ວນຕົວຂອງທ່ານ ຫຼືເຮັດໃຫ້ຂໍ້ມູນສ່ວນຕົວເປັນຂໍິມູນທີ່ບໍ່ສາມາດລະບຸຕົວທ່ານໄດ້ຫາກທ່ານເຊື່ອວ່າຂໍ້ມູນສ່ວນຕົວຂອງທ່ານຖືກເກັບລວບລວມ ໃຊ້ ແລະ/ຫຼື ເປີດເຜີຍໂດຍບໍ່ຖືກຕ້ອງຕາມກົດໝາຍທີ່ກ່ຽວຂ້ອງ ຫຼືເຫັນວ່າບໍລິສັດໝົດຄວາມຈໍາເປັນໃນການເກັບຮັກສາໄວ້ຕາມຈຸດປະສົງທີ່ກ່ຽວຂ້ອງໃນນະໂຍບາຍສະບັບນີ້ ຫຼືເມື່ອທ່ານໄດ້ໃຊ້ສິດຂໍຖອນຄວາມຍິນຍອມ ຫຼືໃຊ້ສິດຂໍຄັດຄ້ານຕາມທີ່ແຈ້ງໄວ້ເບື້ອງຕົ້ນ
  7. ສິດຂໍໃຫ້ລະງັບການໃຊ້ຂໍ້ມູນ: ທ່ານມີສິດຂໍໃຫ້ລະງັບການໃຊ້ຂໍ້ມູນສ່ວນຕົວຊົ່ວຄາວໃນກໍລະນີທີ່ບໍລິສັດຢູ່ລະຫວ່າງການກວດກາຕາມຄໍາຮ້ອງຂໍໃຊ້ສິດແກ້ໄຂຂໍ້ມູນສ່ວນຕົວ ຫຼືຂໍ້ຄັດຄ້ານຂອງທ່ານ ຫຼືກໍລະນີອື່ນທີ່ບໍລິສັດໝົດຄວາມຈໍາເປັນ ແລະຕ້ອງລົບ ຫຼືທໍາລາຍຂໍ້ມູນສວນຕົວຂອງທ່ານຕາມກົດໝາຍທີ່ກ່ຽວຂ້ອງແຕ່ທ່ານຂໍ້ໃຫ້ບໍລິສັດລະງັບການໃຊ້ແທນ
  8. ສິດຂໍໃຫ້ລະງັບການໃຊ້ຂໍ້ມູນ: ທ່ານມີສິດຂໍໃຫ້ລະງັບການໃຊ້ຂໍ້ມູນສ່ວນຕົວຊົ່ວຄາວໃນກໍລະນີທີ່ບໍລິສັດຢູ່ລະຫວ່າງການກວດກາຕາມຄໍາຮ້ອງຂໍໃຊ້ສິດແກ້ໄຂຂໍ້ມູນສ່ວນຕົວ ຫຼືຂໍ້ຄັດຄ້ານຂອງທ່ານ ຫຼືກໍລະນີອື່ນທີ່ບໍລິສັດໝົດຄວາມຈໍາເປັນ ແລະຕ້ອງລົບ ຫຼືທໍາລາຍຂໍ້ມູນສວນຕົວຂອງທ່ານຕາມກົດໝາຍທີ່ກ່ຽວຂ້ອງແຕ່ທ່ານຂໍ້ໃຫ້ບໍລິສັດລະງັບການໃຊ້ແທນ
    ສິດຮ້ອງຟ້ອງ: ທ່ານມີສິດຮ້ອງຟ້ອງຕໍ່ຜູ້ມີອໍານາດຕາມກົດໝາຍທີ່ກ່ຽວຂ້ອງ ຫາກທ່ານເຊື່ອໝັ້ນວ່າການເກັບລວບລວມ ໃຊ້ ແລະ/ຫຼືເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານເປັນການກະທໍາໃນລັກສະນະທີ່ຝ່າຝືນ ຫຼືບໍ່ໄປປະຕິບັດກົດໝາຍທີ່ກ່ຽວຂ້ອງການໃຊ້ສິດດັ່ງກ່າວເບື້ອງຕົ້ນຂອງທ່ານອາດຈະຖືກຈໍາກັດພາຍໃຕ້ກົດໝາຍທີ່ກ່ຽວຂ້ອງ ແລະມີບາງກໍລະນີມີເຫດຈໍາເປັນທີ່ບໍລິສັດອາດຈະປະຕິເສດ ຫຼືບໍ່ສາມາດດໍາເນີນການຕາມຄໍາຂໍໃຊ້ສິດໄດ້ເຊັ່ນ ທ່ານຕ້ອງປະຕິບັດຕາມກດໝາຍ ຫຼືຄໍາສັ່ງສານເພື່ອຜົນປະໂຫຍດສາທາລະນະ ການໃຊ້ສິດອາດຈະລະເມີດສິດ ຫຼືເສລີພາບຂອງຄົນອື່ນເປັນຕົ້ນ ຫາກບໍລິສັດປະຕິເສດຄໍາຂໍຂ້າງຕົ້ນ ບໍລິສັດຈະແຈ້ງເຫດຜົນຂອງການປະຕິເສດໃຫ້ທ່ານຊາບດ້ວຍ
ຫາກທ່ານສາມາດດໍາເນີນການຂໍໃຊ້ສິດຕ່າງໆໄດ້ຜ່ານຊ່ອງທາງດັ່ງຕໍ່ໄປນີ້​
ສິດ ຊ່ອງທາງການຂໍໃຊ້ສິດ ໄລຍະເວລາດໍາເນີນການ*
ສິດຂໍຖອນຄວາມຍິນຍອມ ອີເມວ 7 ວັນ
ສິດຂໍເຂົ້າເຖິງຂໍ້ມູນ ອີເມວ 30 ວັນ
ສິດຂໍຖ່າຍໂອນຂໍ້ມູນ ອີເມວ 30 ວັນ
ສິດຂໍຄັດຄ້ານ ອີເມວ 30 ວັນ
ສິດຂໍໃຫ້ລົບ ຫຼືທໍາລາຍຂໍ້ມູນ ອີເມວ 30 ວັນ
ສິດຂໍໃຫ້ລະງັບການໃຊ້ຂໍ້ມູນ ອີເມວ 30 ວັນ
ສິດຂໍໃຫ້ແກ້ໄຂຂໍ້ມູນ ເວັບໄຊ້ ທັນທີ
ຄຸກກີ້ (Cookies)​

ເວັບໄຊ້ແອັບພຼິເຄຊັນ ຂໍ້ຄວາມອີເມວ ໂຄສະນາຕ່າງໆ ຂອງບໍລິສັດໃຊ້ “ຄຸກກີ້ (Cookies)” ແລະເທັກໂນໂລຢີອື່ນໆທີ່ຄ້າຍຄືກັນເຊັ່ນ Google Analytic ເພື່ອຊ່ວຍໃຫ້ຜູ້ນໍາໃຊ້ສາມາດນໍາໃຊ້ເວັບໄຊ້ໄດ້ຢ່າງລາບລື່ນ ແລະເຮັດໃຫ້ບໍລິສັດເຂົ້າໃຈພຶດຕິກໍາຂອງຜູ້ໃຊ້ໄດ້ດີຍິ່ງຂຶ້ນເຊັ່ນ ຊ່ວຍໃຫ້ຈົດຈໍາການຕັ້ງຄ່າການນໍາໃຊ້ຂອງທ່ານ ຫຼືຊ່ວຍບອກໃຫ້ບໍລິສັດຊາບວ່າຜູ້ໃຊ້ງານເຂົ້າຊົມສ່ວນໃດໃນເວັບໄຊ້ຂອງບໍລິສັດ ນອກຈາກນີ້ຄຸກກີ້ຍັງຊ່ວຍອໍານວຍຄວາມສະດວກ ແລະຍັງຊ່ວຍວັດປະສິດທິຜົນຂອງໂຄສະນາ ແລະເຄື່ອງມືຄົ້ນຫາພາຍໃນເວັບໄຊ້ອີກດ້ວຍ
ຄຸກກີ້ (Cookies) ເປັນໄຟລຂໍ້ຄວາມທີ່ປະກອບດ້ວຍຂໍ້ມູນຂະໜາດນ້ອຍ ເຊິ່ງຖືກຈັດເກັບລົງໃນອຸປະກອນຂອງທ່ານເມື່ອທ່ານເຂົ້າມາຢ້ຽມຊົມແພຼັດຟອມ ແລະຄຸກກີ້ຈະຖືກສົ່ງກັບໄປທີ່ຕົ້ນກໍານເນີດໃນແຕ່ລະຄົ້ງຂອງການເຂົ້າຢ້ຽມຊົມ ຫຼືໄປຍັງເວັບໄຊ້ອື່ນໆທີ່ຮູ້ຈັກກັບຄຸກກີ້ເຫຼົ່ານັ້ນ
ຄຸກກີ້ຈະເກັບລວບລວມຂໍ້ມູນບາງຢ່າງໂດຍອັດຕະໂນມັດ ແລະຈັດເກັບໄວ້ໃນໄຟລລາຍການບັນທຶກ ເຊັ່ນດຽວກັບບໍລິການອິນເຕີເນັດໂດຍສ່ວນໃຫຍ່ ຕົວຢ່າງຂອງຂໍ້ມູນອາດຈະຖືກຈັດເກັບເຊັ່ນ

  • ຄ່າການຕັ້ງຄ່າຄຸນສົມບັດບາງຢ່າງໃນເວັບໄຊ້ຂອງບໍລິສັດ
  • ໝາຍເລກໄອພີ
  • ປະເພດ ແລະພາສາຂອງບຣາວເຊີທີ່ໃຊ້ໃນການເຂົ້າເຖິງ
  • ລະບົບປະຕິບັດການ
  • ຜູ້ໃຫ້ບໍລິການອິນເຕີເນັດ
  • ໜ້າເວັບທີ່ເຂົ້າຢ້ຽມຊົມ
  • ວັນທີ/ເວລາທີ່ຢ້ຽມຊົມ
  • ເວັບໄຊ້ທີ່ອ້າງເຖິງເວັບຂອງບໍລິສັດ

ໂດຍຂໍ້ມູນນີ້ບໍລິສັດໃຫ້ໃຊ້ເພື່ອທໍາຄວາມເຂົ້າໃຈ ແລະວິເຄາະແນວໂນ້ມ ຈັດການດູແລຂະໜາດ ຮຽນຮູ້ກ່ຽວກັບພຶດຕິກໍາຂອງຜູ້ນໍາໃຊ້ເວັບໄຊ້ ປັບປຸງຜະລິດຕະພັນ ແລະບໍລິການຂອງບໍລິສັດ ແລະເກັບລວບລວມຂໍ້ມູນສະຖິຕິປະຊາກອນກ່ຽວກັບຖານຜູ້ໃຊ້ຂອງບໍລິສັດໂດຍລວມ ເຊິ່ງບໍລິສັດອາດຈະໃຊ້ຂໍ້ມູນນີ້ໃນບໍລິການດ້ານການຕະຫຼາດ ແລະໂຄສະນາຂອງບໍລິສັດດ້ວຍ

ປະເພດຂອງ Cookies ທີ່ເຮົາອາດຈະນໍາໃຊ້
ປະເພດຄຸກກີ້ ລາຍລະອຽດ ສະຖານະ
ຈໍາເປັນ ຄຸກກີ້ເຫຼົ່ານີ້ຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີເພື່ອໃຫ້ການບໍລິການແກ່ທ່ານຜ່ານທາງເວັບໄຊ້ ຫຼແພຼັດຟອມຂອງບໍລິສັດເຊັ່ນ ເພື່ອເກັບ Session ID ຂອງທ່ານເວລາເຂົ້າສູ່ລະບົບ ຫຼືເພື່ອການດໍາເນີນການດ້ານຄວາມປອດໄພ ຈໍາເປັນ
ປັບປຸງປະສິດທິພາບ ຄຸກກີ້ເຫຼົ່ານີ້ໃຊ້ເພື່ອປັບປຸງປະສິດທິພາບ ແລະຟັງຊັນການເຮັດວຽກຂອງເວັບໄຊ້ ຫຼືແພຼດຟອມ ແຕ່ບໍ່ຈໍາເປັນສໍາລັບການນໍາໃຊ້ເຊັ່ນ ການຈົດຈໍາຊື່ຜູ້ນໍາໃຊ້ ແນວໃດກໍຕາມຫາກບໍ່ມີຄຸກກີ້ເຫຼົ່ານີ້ຟັງຊັນການເຮັດວຽກບາງຢ່າງອາດຈະນໍາໃຊ້ບໍ່ໄດ້ ຕັ້ງຄ່າໄດ້
ວິເຄາະຂໍ້ມູນ ຄຸກກີ້ເຫຼົ່ານີ້ເຮັດໜ້າທີລວບລວມຂໍ້ມູນ ພຶດຕິກໍາການນໍາໃຊ້ ເພື່ອຊ່ວຍໃຫ້ບໍລິສັດເຂົ້າໃຈວ່າເວັບໄຊ້ ຫຼືແພຼັດຟອມຂອງເຮົາມີການນໍາໃຊ້ແນວໃດ ຫຼືມີປະສິດທິພາບແຄມເປນການຕະຫຼາດເປັນແນວໃດ ເຊິ່ງຂະຊ່ວຍໃຫ້ບໍລິສັດສາມາດປັບປຸງ ພັດທະນາເວັບໄຊ້ ແພຼດຟອມ ຜະລິດຕະພັນ ແລະ/ຫຼືບໍລິການໃຫ້ເໝາະສົມກັບທ່ານ ແລະດີຍິ່ງຂຶ້ນ ຕັ້ງຄ່າໄດ້
ຕົວຢ່າງລາຍລະອຽດ Cookies ທີ່ເຮົານໍາໃຊ້
Cookie Name Description Duration Type
WHMCSInstanceID This is the most common cookie that most PHP-based websites will use. This stores the unique session ID for each visitor and enables variables to pass between page loads. The cookie only contains a reference to a session on the web server. The user’s browser won’t store any personal information. This is a session-only cookie, so it expires as soon as you close the browser. it expires as soon as you close the browser. ຈໍາເປັນ
WHMCSAffiliateID WHMCS sets this cookie when an affiliate refers a customer to you. It stores the ID of the affiliate that made the referral so that if the customer places an order within the next 90 days following the referral, the affiliate receives credit for it. It is a persistent cookie. 1 days ຈໍາເປັນ
WHMCSUser WHMCS uses this cookie for the remember me functionality of the client area. The system only sets it if a client chose to have the system remember their details, ensuring that they don’t need to log in multiple times. It is persistent and lasts for 365 days, or until logout. for 365 days, or until logout. ຈໍາເປັນ
RUKCOMCOOKIES null 30 days ຈໍາເປັນ
_ga This cookie is installed by Google Analytics. The cookie is used to calculate visitors, session, campaign data and keep track of site usage for the site’s analytics report. The cookies store information anonymously and assign a randomly generated number to identify unique visitors. 2 years ວິເຄາະຂໍ້ມູນ
_gid This cookie is installed by Google Analytics. The cookie is used to store information about how visitors use a website and helps in creating an analytics report of how the website is doing. The data collected including the number visitors, the source where they have come from, and the pages visited in an anonymous form. 1 day ວິເຄາະຂໍ້ມູນ
_gat This cookie is installed by Google Universal Analytics to throttle the request rate to limit the collection of data on high traffic sites. 1 minute ປັບປຸງປະສິດທິພາບ
__cfduid The __cfduid cookie helps Cloudflare detect malicious visitors to our Customers’ websites and minimizes blocking legitimate users. It may be placed on the devices of our customers’ End Users to identify individual clients behind a shared IP address and apply security settings on a per-client basis. It is necessary for supporting Cloudflare’s security features. 30 days ຈໍາເປັນ

ຂໍ້ມູນຄຸກກີ້ທີ່ເຮົານໍາໃຊ້ນີ້ເປັນລາຍລະອຽດຈາກລະບົບອັດຕະໂນມັດຂອງຜູ້ໃຫ້ບໍລິການກວດກາຂໍ້ມູນການໃຊ້ຄຸກກີ້ ທ່ານສາມາດເບິ່ງລາຍການຄຸກກີ້ທັງໝົດທີ່ເວັບໄຊ້ນໍາໃຊ້ໄດ້ດ້ວຍຕົນເອງຜ່ານທາງບຣາວເຊີທີ່ທ່ານນໍາໃຊ້

ການຕັ້ງຄ່າ ຫຼືປິດການນໍາໃຊ້ຄຸກກີ້​

ທ່ານມີສິດໃນການຕັ້ງຄ່າຄວາມຍິນຍອມໃນການນໍາໃຊ້ຄຸກກີ້ໄດ້ຕະຫຼອດເວລາ ທີ່ເວັບໄຊ້ຂອງບໍລິສັດ ຫຼືຕັ້ງຄ່າຜ່ານບຣາວເຊີທີ່ທ່ານນໍາໃຊ້ ໂດຍທ່ານອາດຈະຕັ້ງຄ່າບຣາວເຊີຂອງທ່ານໃຫ້ປະຕິເສດການເກັບກ່ຽວຂໍ້ມູນຄຸກກີ້ ໂດຍສາມາດເບິ່ງວິທີການຕັ້ງຄ່າໄດ້ທີ່ເວັບໄຊ້ຜູ້ພັດທະນາບຣາວເຊີດັ່ງກ່າວ

ແນວໃດກໍຕາມ ບໍລິການບາງຢ່າງໃນເວັບໄຊ້ຂອງບໍລິສັດຈໍາເປັນຕ້ອງມີການໃຊ້ຄຸກກີ້ ຫາກທ່ານປິດການເຮັດວຽກຄຸກກີ້ອາດຈະເຮັດໃຫ້ທ່ານນໍາໃຊ້ຟັງຊັນບາງຢ່າງ ຫຼືທັງໝົດຂອງບໍລິການດັ່ງກ່າວໄດ້ຢ່າງບໍ່ລາບລື່ນ ທາງບໍລິສັດຕ້ອງຂໍອະໄພທີ່ທ່ານອາດຈະບໍ່ໄດ້ຮັບຄວາມສະດວກ

ການປັບປຸງນະໂຍບາຍການຄຸ້ມຄອງຂໍ້ມູນສ່ວນຕົວ

ບໍລິສັດສະຫງວນລິຂະສິດໃນການແກ້ໄຂລາຍລະອຽດກ່ຽວກັບນະໂຍບາຍການຄຸ້ມຄອງຂໍ້ມູນສ່ວນຕົວທັງໝົດ ຫຼືບາງສ່ວນ ເພື່ອໃຫ້ມີເນື້ອໃນທີ່ເໝາະສົມ ສອດຄ່ອງກັບກົດໝາຍ ລະບຽບ ຂໍ້ບັງຄັບ ທີ່ອອກມາໃໝ່ຫາກມີການແກ້ໄຂປ່ຽນແປງນະໂຍບາຍສະບັບນີ້ ບໍລິສັດຈະເຜີຍແຜ່ໃນເວັບໄຊ້ຂອງບໍລິສັດໂດຍໄວທີ່ສຸດ ເພື່ອໃຫ້ທັນສະໄໝ ແລະສອດຄ່ອງກັບຫຼັກເກນໃໝ່ທີ່ອອກມາ

ຕິດຕໍ່ບໍລິສັດ ແລະພະນັກງານທີ່ຄຸ້ມຄອງຂໍ້ມູນສ່ວນຕົວ​

ຫາກທ່ານມີຂໍ້ສະເໜີ ຫຼືຕ້ອງການສອບຖາມຂໍ້ມູນກ່ຽວກັບລາຍລະອຽດການເກັບລວບລວມໃຊ້ ແລະ/ຫຼືເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ ລວມເຖິງການຂໍສິດຕາມນະໂຍບາຍສະບັບນີ້ ທ່ານສາມາດຕິດຕໍ່ພະນັກງານທີ່ຄຸ້ມຄອງຂໍ້ມູນສ່ວນຕົວ (Data Protection Officer) ຜ່ານຊ່ອງທາງດັ່ງນີ້

ສ່ວນຄຸ້ມຄອງຂໍ້ມູນສ່ວນຕົວ ຂອງຮັກຄອມ
AP Network communications & Technology ຖະໜົນ ເລກ10, ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເລກປະຈໍາຕົວຜູ້ເສຍພາສີ 173566117000 (ສໍານັກງານໃຫຍ່) Call Center (24 ຊົ່ວໂມງ): +856 20 94448304
Email: [email protected] , [email protected] Line: @rukcom.la