CPU Usage Limitation​
  • ບໍລິການ Sharehost ຂອງທາງ Huk-Com Hosting ຈະມີການຈໍາກັດການນໍາໃຊ້ CPU ສູງສຸດຢູ່ທີ່ 30% ພາຍໃນ 90 ວິນາທີຕໍ່ 1 user (ນັບລວມທຸກເວັບໄຊ້) ຫາກພົບວ່າມີການນໍາໃຊ້ CPU ທີ່ສູງກວ່າ 30% User ທ່ານຈະຖືກລະງົບການນໍາໃຊ້ຊົ່ວຄາວ ເພື່ອຮັກສາສະຖຽນລະພາບໂດຍລວມຂອງເຄື່ອງເຊີບເວີໃຫ້ສາມາດນໍາໃຊ້ໄດ້ຕາມປົກກະຕິສໍາລັບລູກຄ້າທຸກທ່ານ
Disk Usage Limitation​
  • ລູກຄ້າສາມາດນໍາໃຊ້ພື້ນທີ່ໄດ້ເຕັມ 100% ຕາມແພັກເັກດທີ່ທາງລູກຄ້ານໍາໃຊ້ຢູ່ປະຈຸບັນ ກໍລະນີຖ້ານໍາໃຊ້ເກີນ 90% ທາງເຮົາຈະມີລະບົບແຈ້ງເຕືອນສໍາລັບການອັບເກຣດແພັກເກັດ
  • ການນໍາໃຊ້ດັ່ງຕໍ່ໄປນີ້ ຈະບໍ່ສາມາດໃຫ້ບໍລິການໄດ້ໃນທຸກບໍລິການ Shared Hosting
    • ບໍລິການຮັບຝາກຮູບ ຝາກໄຟລ
    • ໃຊ້ເກັບໄຟລ video, ໄຟລ iso ແລະໄຟລອື່ນໆທີ່ບໍ່ໄດ້ໃຊ້ສໍາລັບເວັບໄຊ້
Bandwidth Limitation​
  • ລູກຄ້າສາມາດນໍາໃຊ້ Bandwidth ໄດ້ເຕັມ 100% ຕາມແພັກເກັດທີ່ທາງລູກຄ້ານໍາໃຊ້ຢູ່ປະຈຸບັນ ກໍລະນີຖ້ານໍາໃຊ້ເກີນ 90% ທາງເຮົາຈະມີລະບົບແຈ້ງເຕືອນສໍາລັບອັບເກຣດແພັກເກັດ
Email Sending Limit​
  • H-Plan / C-Plan ຈະສາມາດສົ່ງໄດ້ສູງສຸດວັນລະ 150 Email / Day
  • WP-TH-Plan \ WP-SG-Plan ຈະສາມາດສົ່ງໄດ້ສູງສຸດພຽງວັນລະ 150 Email / Day
Installation Limitation​
  • ລູກຄ້າບໍ່ສາມາດຕິດຕັ້ງ Extension ຕ່າງໆ ຫຼື ປັບແຕ່ງ Config ທີ່ເປັນການຕັ້ງຄ່າຂອງເຊີບເວີໃນ Shared Host ໄດ້ ຫາກຕ້ອງການນໍາໃຊ້ສາມາດສອບຖາມພະນັກງານ ຫຼືນໍາໃຊ້ບໍລິການ VPS ຂອງທາງເຮົາເພື່ອຮອງຮັບການຕັ້ງຄ່າຕ່າງໆໄດ້ຕາມທີ່ລູກຄ້າຕ້ອງການ